• Blog Stats

    • 2,770 hits

ສະພາບການປະຕິບັດວຽກງານ PPPD

ປັດຈຸບັນການເຄື່ອນໄຫວວຽກງານດັ່ງກ່າວ ແມ່ນຢູ່ໃນຊ່ວງການປຶກສາຫາລື ວ່າຈະດຳເນີນການແນວໃດ ໃນຕໍ່ໜ້າໃນໄລຍະຜ່ານມາວ່າງມໍ່ໆມານີ້ ທາງແຜນງານຮ່ວມມືລາວ-ເຢຍລະມັນ ພ້ອມທັງຄູ່ຮ່ວມງານທັງ ພາກລັດແມ່ນກະຊວງແຜນການ ແລະ ການລົງທຶນ ໂດຍສະເພາະແມ່ນກົມສົ່ງເສີມການລົງທຶນເປັນຜູ້ຊີ້ນຳ ວຽກງານດັ່ງກ່າວລວມໄປເຖິງ ກອງປະຊຸມນັກທຸລະກິດລາວເຊິ່ງເອີ້ນກັນວ່າ LBF ສະໜັບສະໜູນໂດຍ ທະນາຄານໂລກ. ສວນສະເພາະວຽກງານປຶກສາຫາລືລະຫວ່າງພາກລັດ ແລະພາກທຸລະກິດຂັ້ນແຂວງ ແມ່ນສະໜັບສະໜູນໂດຍ GTZ-HRDME.

ກອງປະຊຸມໃນຊ່ວງວັນທີ່  19 ເດືອນ 6 ປີ 2009 ແມ່ນໄດ້ປະເມີນຄືນຄວາມຄືບໜ້າໃນໄລຍະ ຜ່ານມາເພື່ອຄົ້ນຄວ້າເບິ່ງຈຸດດີ, ຈຸດອ່ອນ ແລະ ຂ້ໍຄົງຄ້າງພ້ອມກັນນັ້ນກໍ່ໄດ້ວາງແຜນກິດຈະກຳຮ່ວມກັນ ລະຫວ່າງບັນດາແຂວງທີ່ຢູ່ໃນເປົ້າໝາຍຂອງໂຄງການ ເຊັ່ນ: ແຂວງຈຳປາສັກ, ແຂວງ ສະຫວັນນະເຂດ, ແຂວງຫລວງພະບາງ ແລະ ແຂວງຫລວງນ້ຳທາ. ນອກຈາກນີ້ຍັງມີແຂວງ ຊຽງຂວາງ ແລະ ແຂວງຫົວພັນ ເຊິ່ງເປັນແຂວງທີ່ອາດຈະເປັນເປົ້າໝາຍໃນຕໍ່ໜ້າໃນກອງປະຊຸມ ຄັ້ງນີ້ແມ່ນເພື່ອມາສັງເກດການແລກປ່ຽນ ບົດຮຽນນຳບັນດາແຂວງທີ່ໄດ້ເຮັດຜ່ານມາແລ້ວ.

ຜູ້ເຂົ້າຮ່ວມແມ່ນມາຈາກພະແນກແຜນການ ແລະ ການລົງທືນ, ສະພາການຄ້າແຂວງ ແລະ ພ້ອມທັງຫ້ອງ ວ່າການແຂວງກໍໄດ້ເຂົ້າຮ່ວມ ນຳໂດຍອີງຕາມການແຕ່ງຕັ້ງຄະນະຮັບຜິດຊອບຕໍ່ວຽກງານດັ່ງກ່າວ. ໃນອາ ທິດໜ້າກໍຈະໄດ້ມີການປະຊຸມ ເພື່ອປຶກສາຫາລືຕໍ່ກັບຜົນຂອງກອງປະຊຸມປະເມີນຜົນໃນຄັ້ງ ທີ່ຜ່ານມາເຊິ່ງ ແມ່ນສະເພາະຄະນະຮັບຜິດຊອບວຽກງານ PPPD  ທັງພາກລັດ-ພາກທຸລະກິດ ແລະ ພາກ ສ່ວນແຜນງານ ພັດທະນາ ຊັບພະຍາກອນມະນຸດ ສຳລັບເສດຖະກິດຕະຫລາດ HRDME.